- Details
- Written by ວິໄລພອນ ໂຄຕະກູນ
ໃນຄັ້ງວັນທີ່ 14 ກັນຍາ 2020 ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດ
ລ້ອມແຂວງ ຄຳມ່ວນ ໄດ້ມີກອງປະຊຸມສ່ອງແສງ ລາຍງານການຈັດ ຕັ້ງປະຕິ ບັດວຽກງານຂອງຂະ ແໜງການ ແລະ ກອງ ປະຈຳເດືອນ 8 ປີ 2020,ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ຄຳສອນ ອ້ວນທະວີ ຫົວໜ້າ ພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ເຂົ້່າຮ່ວມມີຄະນະພະ ແນກ,ຫົວໜ້າຂະ ແໜງ ແລະ ພ້ອມດ້ວຍພະນັກງານວິຊາການ ຈຳນວນ 24 ທ່ານ, ຍິງ 7 ທ່ານ ,
ເນື້ອໃນຕົ້ນຕໍຂອງກອງປະຊຸມ ແມ່ນຕີລາຄາຄືນກ່ຽວກັບການຈັດຕັ້ງປະຕິບັດ ວຽກງານທີ່ພົ້ນເດັ່ນໃນໄລຍະຜ່ານມາ ຂອງຂະແໜງການ ແລະ ກອງ ,ໂດຍໄດ້ທົບທວນຄືນ ບົດບັນທຶກ ໃນຄັ້ງວັນທີ່ 25 ມີນາ ປີ 2020 ທີ່ໄດ້ມີຄວາມເປັນເອກະພາບ ໃນຂອດການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວນັ້ນມີຜົນສຳເລັດຄືແນວໃດ ຈາກນັ້ນກອງປະຊຸມໄດ້ມອບ ໃຫ້ສະຫາຍຫົວໜ້າຂະແໜງ,ຮອງຂະແໜງໄດ້ລາຍງານຫຍໍ້ໂດຍສັງເຂບ ແລະ ຍົກເອົາບັນຫາທີ່ພົ້ນເດັ່ນ ເພື່ອສະເໜີຕໍ່ກອງປະຊຸມ ໄດ້ຄົ້ນຄ້ວາປຶກສາຫາລື ໃນຂອດການຈັດຕັ້ງປະຕິບັດ.
- Details
- Written by ວິໄລພອນ ໂຄຕະກູນ
ໃນຕອນເຊົ້າຂອງວັນທີ່ 25/8/2020 ທີ່ຫ້ອງປະຊຸມພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄຳມ່ວນ ກົມແຜນການ ແລະ ການເງິນ ຕາງໜ້າກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ( ໜ່ວຍງານຄຸ້ມຄອງໂຄງການຊັບພະຍາກອນນ້ຳແບບເຊື່ອມສານ ໃນຂົງເຂດແມ່ນ້ຳຂອງ ຕອນລຸ່ມ ພາກເພີ້ມງົບປະມານ) ໄດ້ມອບອຸປະກອນຮັບໃຊ້ກ້ອງປະຊຸມທາງໄກ Vide Conference System ຈຳນວນ 01 ຊຸດ ໃຫ້ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄຳມ່ວນ ເພື່ອຮັບ ໃຊ້ວຽກງານລວມຂອງພະແນກຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ.
- Details
- Written by ວິໄລພອນ ໂຄຕະກູນ
ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດພິທິປະຖະກະຖາເຜີຍແຜ່ ເຊື່ອມຊຶມເອກະສານວັນຄ້າຍວັນເກີດປະທານສຸພານຸວົງ ຄົບຮອບ111 ປີ ( 13/7/1909 – 13/7/2020 ) ແລະ ສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ ( 13/8/1950 – 13/8/2020 ) .
ກອງປະຊຸມປຶກສາຫາລືຕໍ່ກັບຂໍ້ກັງວົນຂອງລັດຖະບານຕໍ່ກັບຈຸດທີ່ຕັ້ງຂອງໂຄງການໄຟຟ້າພະລັງຄວາມຮ້ອນຖ່ານຫີນບູລະພາ.
- Details
- Written by ວິໄລພອນ ໂຄຕະກູນ
ໃນວັນທີ 20 ສິງຫາ 2020 ເວລາ 09:00 ທີ່ ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມແຂວງ ຄຳມ່ວນ ໄດ້ຈັດກອງປະຊຸມພາຍໃຕ້ການເປັນປະທານຂອງທ່ານ ປອ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງ ແຂວງຄຳມ່ວນ ໂດຍມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງຂອງລັດຖະ ບານ ທັງສູນກາງ ແລະ ທ້ອງຖິ່ນ ແລະ ຜູ້ພັດທະນາເຂົ້າຮ່ວມຕາມການເຊີນຢ່າງພ້ອມພຽງ ມີຜູ້ເຂົ້າ ຮ່ວມທັງໜົດ 42 ທ່ານ,ຍິງ 5 ທ່ານ. ຈຸດປະສົງຂອງຂອງປະຊຸມ ເພື່ອປຶກສາຫາລືຕໍ່ກັບຂໍ້ກັງວົນ ຂອງ ລັດຖະບານຕໍ່ກັບຈຸດທີ່ຕັ້ງຂອງໂຄງານ ທີ່ອາດສົ່ງຜົນກະທົບຕໍ່ກັບການສະເໜີ ອຸດທິຍານພູຫີນ ໝາມ ໜໍ່ເຂົ້າເປັນມໍລະດົກໂລກໃນອະນາຄົດອັນໃກ້ນີ້, ພາຍຫຼັງທີ່ບັນດາຜູ້ເຂົ້າຮ່ວມປະຊຸມທັງໝົດໄດ້ລົງກວດ ແລະ ສັງເກດການຕົວຈິງຕໍ່ກັບຈຸດທີ່ຕັ້ງຂອງໂຄງການ ໄຟຟ້າພະລັງຄວາມຮ້ອນຖ່ານຫີນບູລະພາ ໂຄງ ການ ສິ່ງທີ່ໄດ້ຍົກຂຶ້ນມາປຶກສາຫາລືໃນທີ່ປະຊຸມ.
Subcategories
Page 9 of 11