ໃນຄັ້ງວັນທີ່ 14 ກັນຍາ 2020 ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດ
ລ້ອມແຂວງ ຄຳມ່ວນ ໄດ້ມີກອງປະຊຸມສ່ອງແສງ ລາຍງານການຈັດ ຕັ້ງປະຕິ ບັດວຽກງານຂອງຂະ ແໜງການ ແລະ ກອງ ປະຈຳເດືອນ 8 ປີ 2020,ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ຄຳສອນ ອ້ວນທະວີ ຫົວໜ້າ ພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ເຂົ້່າຮ່ວມມີຄະນະພະ ແນກ,ຫົວໜ້າຂະ ແໜງ ແລະ ພ້ອມດ້ວຍພະນັກງານວິຊາການ ຈຳນວນ 24 ທ່ານ, ຍິງ 7 ທ່ານ ,
ເນື້ອໃນຕົ້ນຕໍຂອງກອງປະຊຸມ ແມ່ນຕີລາຄາຄືນກ່ຽວກັບການຈັດຕັ້ງປະຕິບັດ ວຽກງານທີ່ພົ້ນເດັ່ນໃນໄລຍະຜ່ານມາ ຂອງຂະແໜງການ ແລະ ກອງ ,ໂດຍໄດ້ທົບທວນຄືນ ບົດບັນທຶກ ໃນຄັ້ງວັນທີ່ 25 ມີນາ ປີ 2020 ທີ່ໄດ້ມີຄວາມເປັນເອກະພາບ ໃນຂອດການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວນັ້ນມີຜົນສຳເລັດຄືແນວໃດ ຈາກນັ້ນກອງປະຊຸມໄດ້ມອບ ໃຫ້ສະຫາຍຫົວໜ້າຂະແໜງ,ຮອງຂະແໜງໄດ້ລາຍງານຫຍໍ້ໂດຍສັງເຂບ ແລະ ຍົກເອົາບັນຫາທີ່ພົ້ນເດັ່ນ ເພື່ອສະເໜີຕໍ່ກອງປະຊຸມ ໄດ້ຄົ້ນຄ້ວາປຶກສາຫາລື ໃນຂອດການຈັດຕັ້ງປະຕິບັດ.