ໃນວັນທີ່ 1 ທັນວາ 2021 ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄໍາມ່ວນ. ໄດ້ເປີດກອງປະຊຸມ ປະຖະກະຖາເລົ່າຄືນມູນເຊື້ອວັນສຳຄັນຂອງຊາດ - ຂອງພັກ. ພາຍໃຕ້ການເປັນປະທານ, ທ່ານ ຄຳໝັ້ນ ສໍປະເສີດ ກຳມະການພັກແຂວງ ,ຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄຳມ່ວນ. ກອງປະຊຸມຄັ້ງນີ້ມີ ຫົວໜ້າຂະແໜງ ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການ, ເຂົ້າຮ່ວມຮັບຟັງປະຖະກະຖາເລົ່າມູນເຊື້ອວັນສຳຄັນຂອງຊາດ-ຂອງພັກ ມີຜູ້ເຂົ້າຮ່ວມທັງໝົດ 34 ທ່ານ,ຍິງ 14 ທ່ານ.ດັ່ງມີລາຍລະອຽດລຸ່ມນີ້:
- ວັນສະຖາປານາ ສປປ ລາວ ຄົບຮອບ 46 ປີ.
- ວັນເກີດຂອງ ປະທານໄກສອນ ພົມວິຫານ ຄົບຮອບ 101 ປີ.
- ຊົມເຊີຍຜົນສຳເລັດຂອງການກໍ່ສ້າງທາງລົດໄຟ ລາວ - ຈີນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງກ້ວາງຂວາງ ແລະ ມີຄວາມທົ່ວເຖິງ.
- ປະທານກອງປະຊຸມກ່າວປິດກອງປະຊຸມ.