ໃນວັນທີ່ 05 ພະຈິກ 2021 ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ. ໄດ້ເປີດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ 9 ເດືອນຕົ້ນປີ ແລະ ທິດທາງແຜນການ 3 ເດືອນທ້າຍປີ ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ . ພາຍໃຕ້ການເປັນປະທານ ທ່ານ ປອ ສິນນະສອນ ແສງຈັນທະວົງ ຮອງຫົວໜ້າ ພະແນກຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ.ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 10 ຕົວເມືອງ ມີຜູ້ເຂົ້າຮ່ວມທັງໝົດ 26 ທ່ານ,ຍິງ 7 ທ່ານ.ລາຍລະອຽດດັ່ງລຸ່ມນີ້:
- ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານພາຍໃນຂົງເຂດ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ ໄລະຍະ 09 ເດືອນຜ່ານມາ ແລະ ທິດທາງແຜນການ 2 ເດືອນທ້າຍປີ 2021.
- ຂະແໜງຈັດຕັ້ງ ແລະ ພະນັກງານ ລາຍງານ ແລະ ມີຄຳເຫັນກ່ຽວກັບ ການປັງປຸງກົງຈັກການຈັດຕັ້ງ, ການຄຸ້ມຄອງພະນັກງານ ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ມີມາດຕະການຈັດຕັ້ງປະຕິບັດ.
- ຫ້ອງການບໍລິຫານ, ແຜນການ ແລະ ການເງິນ: ລາຍງານ ແລະ ມີຄຳເຫັນກ່ຽວກັບ ການຄຸ້ມຄອງລາຍຮັບ - ລາຍຈ່າຍງົບປະມານ, ການເກັບລາຍຮັບຈາກຄ່າທຳນຽມ,ລາຍຮັບວິຊາການ ມີຂໍ້ຫຍຸ້ງຍາກ ແລະ ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າແນວໃດ.
- ຂະແໜງທີ່ດິນ: ລາຍງານ ແລະ ມີຄຳເຫັນ ກ່ຽວກັບ ການກະກຽມມອບວຽກໃຫ້ຫ້ອງການ ຊສ ເມືອງ ,ການປັບປຸງເຂດປະເມີນລາຄາກ່ຽວກັບທີ່ດິນ, ວຽກງານເຊົ່າສຳປະທານກ່ຽວກັບທີ່ດິນ ມີຂໍ້ຫຍຸ້ງຍາກ ແລະ ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າແນວໃດ.
- ຂະແໜງສິ່ງແວດລ້ອມ,ນ້ຳ ແລະ ອຸຕຸນິຍົມ - ອຸທົບກະສາດ: ລາຍງານ ແລະ ມີຄໍາເຫັນກ່ຽວກັບການຄຸ້ມຄອງຕິດຕາມກວດກາໂຄງການລົງທຶນຕໍ່ກັບບັນຫາຜົນກະທົບຕໍ່ສິ່ງແວດລ້ອມ, ລາຍງານກ່ຽວກັບຄວາມຄືບໜ້າຂອງ ໂຄງການ ( ກິດຈະກໍາ ແລະ ງົບປະມານ ) ລາຍງານກ່ຽວກັບການຄຸ້ມຄອງສິ່ງເສດເຫຼືອ ມີຂໍ້ຫຍຸ້ງຍາກ ແລະ ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າແນວໃດ.
- ເມືອງ ບົວລະພາ : ລາຍງານການຈັດຕັ້ງປະຕິບັດວຽກງານ ໄລຍະ 10 ເດືອນຜ່ານມາ ແລະ ທິດທາງແຜນການ 2 ເດືອນທ້າຍປີ 2021 , ມີຂໍ້ຫຍຸ້ງຍາກ ແລະ ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າແນວໃດ.
- ເມືອງໄຊບົວທອງ: ລາຍງານການຈັດຕັ້ງປະຕິບັດວຽກງານ ໄລຍະ 10 ເດືອນຜ່ານມາ ແລະ ທິດທາງແຜນການ 2 ເດືອນທ້າຍປີ 2021 , ມີຂໍ້ຫຍຸ້ງຍາກ ແລະ ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າແນວໃດ. ກະກຽມຄວາມພ້ອມໃນ ໂຄງການອອກໃບຕາດິນ ເປັນແນວໃດ.
- ເມືອງມະຫາໄຊ: ລາຍງານການຈັດຕັ້ງປະຕິບັດວຽກງານ ໄລຍະ 10 ເດືອນຜ່ານມາ ແລະ ທິດທາງແຜນການ 2 ເດືອນທ້າຍປີ 2021 , ມີຂໍ້ຫຍຸ້ງຍາກ ແລະ ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າແນວໃດ.
- ເມືອງເຊບັ້ງໄຟ: ລາຍງານການຈັດຕັ້ງປະຕິບັດວຽກງານ ໄລຍະ 10 ເດືອນຜ່ານມາ ແລະ ທິດທາງແຜນການ 2 ເດືອນທ້າຍປີ 2021 , ມີຂໍ້ຫຍຸ້ງຍາກ ແລະ ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າແນວໃດ.
- ເມືອງ ຫີນບູນ: ລາຍງານການຈັດຕັ້ງປະຕິບັດວຽກງານ ໄລຍະ 10 ເດືອນຜ່ານມາ ແລະ ທິດທາງແຜນການ 2 ເດືອນທ້າຍປີ 2021 , ມີຂໍ້ຫຍຸ້ງຍາກ ແລະ ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າແນວໃດ.
- ເມືອງ ຄູນຄຳ: ລາຍງານການຈັດຕັ້ງປະຕິບັດວຽກງານ ໄລຍະ 10 ເດືອນຜ່ານມາ ແລະ ທິດທາງແຜນການ 2 ເດືອນທ້າຍປີ 2021 , ມີຂໍ້ຫຍຸ້ງຍາກ ແລະ ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າແນວໃດ.
- ເມືອງ ນາກາຍ : ລາຍງານການຈັດຕັ້ງປະຕິບັດວຽກງານ ໄລຍະ 10 ເດືອນຜ່ານມາ ແລະ ທິດທາງແຜນການ 2 ເດືອນທ້າຍປີ 2021 , ມີຂໍ້ຫຍຸ້ງຍາກ ແລະ ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າແນວໃດ.
- ເມືອງ ຍົມມະລາດ : ລາຍງານການຈັດຕັ້ງປະຕິບັດວຽກງານ ໄລຍະ 10 ເດືອນຜ່ານມາ ແລະ ທິດທາງແຜນການ 2 ເດືອນທ້າຍປີ 2021 , ມີຂໍ້ຫຍຸ້ງຍາກ ແລະ ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າແນວໃດ.ລາຍງານກ່ຽວກັບການຈັດຕັ້ງປະຕິບັດໂຄງການອອກໃບຕາດິນ ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກແນວໃດ.
- ເມືອງ ທ່າແຂກ : ລາຍງານການຈັດຕັ້ງປະຕິບັດວຽກງານ ໄລຍະ 10 ເດືອນຜ່ານມາ ແລະ ທິດທາງແຜນການ 2 ເດືອນທ້າຍປີ 2021 , ມີຂໍ້ຫຍຸ້ງຍາກ ແລະ ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າແນວໃດ.
- ຕີລາຄາຕໍ່ຜົນສຳເລັດ ແລະ ຂໍ້ຄົງຄ້າງໃນໄລຍະ 10 ເດືອນຜ່ານມາຂອງບັນດາຂະແໜງການອ້ອມຂ້າງ,ບັນດາຫ້ອງການ ຊສ ເມືອງ, ເຈາະຈີ້ມຕື່ມມາດຕະການຈັດຕັ້ງປະຕິບັດໃນ 2 ເດືອນ ທ້າຍປີ ແຕ່ລະຂົງເຂດ.
- ສະຫຼຸບປະກອບຄຳເຫັນຂອງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ,ທິດຊີ້ນຳໃນການຈັດຕັ້ງປະຕິບັດຕໍ່ໜ້າ.
- ກອງປະຊຸມໄດ້ປິດລົງໃນວັນດຽວກັນ.