ໃນວັນທີ່ 26 ສິງຫາ 2021 ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ. ໄດ້ເປີດກອງປະຊຸມເຜີຍແຜ່ເອກະສານສຳຄັນ ຂອງຊາດ ແລະ ຂອງພັກ. ພາຍໃຕ້ການເປັນປະທານ ທ່ານ ຄຳໜັ້ນ ສໍປະເສີດ ກຳມະການພັກແຂວງ ຫົວໜ້າ ພະແນກຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ. ກອງປະຊຸມໃນຄັ້ງນີ້ໄດ້ເຜີຍແຜ່ເອກະສານສຳຄັນ ຂອງຊາດ ແລະ ຂອງພັກ ພະແນກຊັບພະຍາກອນທຳຊາດ ແລະ ສິ່ງແວດລ້ອມ ແຂວງ ຄຳມ່ວນ. ພ້ອມດ້ວຍພະນັກງານວິຊາການ ຜູ້ເຂົ້າຮ່ວມທັງໝົດ 58 ທ່ານ,ຍິງ 25 ທ່ານ.ລາຍລະອຽດດັ່ງລຸ່ມນີ້:
- ປາຖະກະຖາວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ ( 15 ສິງຫາ 1991 – 15 ສິງຫາ 2021).
- ມູນເຊື້ອການກຳເນີດ ແລະ ເຕີບໃຫ່ຍຂະຫຍາຍຕົວ ຂອງອົງການແນວລາວສ້າງຊາດເນື່ອງໃນໂອກາດຄົບຮອບ 71 ປີ (13 ສີງຫາ 1950 – 13 ສິງຫາ 2021 ).
- ມະຕິວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກ ໃນໄລຍະໃໝ່ 108/ກມສພ,ລົງວັນທີ 30 ເມສາ 2020.
- ຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດວຽກງານຕິດຕາມ ກວດກາຂອງແນວລາວສ້າງຊາດ ສະບັບເລກທີ 11/ສນຊ.ຄປຈ.ລົງວັນທີ 8 ກໍລະກົດ 2020.
- ຂໍ້ກຳນົດວ່າດ້ວຍລະບຽບການ ຕິດຕາມ,ກວດກາ ຂອງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ຕໍ່ຍັນດາອົງການອຳນາດລັດ ສະບັບເລກທີ 01/ຄລສພ, ລົງວັນທີ 30 ກັນຍາ 2020.
- ກອງປະຊຸມຮັບຟັງການເຜີຍແຜ່ເອກະສານສຳຄັນຂອງຊາດ ແລະ ຂອງພັກ ໃນຄັ້ງນີ້ໃຊ້ເວລາ 1 ຄາບ ແລະ ມີຜົນສໍາເລັດເປັນຢ່າງດີ.