ໃນຕອນເຊົ້າວັນສຸກຂອງວັນທີ່ 06 ສິງຫາ 2021. ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມແຂວງ ຄຳມ່ວນ ໄດ້ເປີດກອງປະຊຸມ ສຳມະນາວຽກງານກວດກາ ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ ໂດຍເປັນກຽດເປັນປະທານ ທ່ານ ອປ ສິນນະສອນ ແສງຈັນທະວົງ ຄະນະພັກຮາກຖານ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ, ທ່ານ ວິພັນໄຊ ຈັນສະໜຸດ ຮອງຫົວໜ້າກົມກວດກາ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍ ພະນັກງານວິຊາການ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເຂົ້າຮ່ວມທັງໝົດ 22 ທ່ານ ຍິງ 8 ທ່ານ ດັ່ງມີລາຍລະອຽດລຸ່ມນີ້:
- ລາຍງານການເຄື່ອນໄຫວວຽກງານກວດກາ ( ວຽກກວດກາປົກກະຕິ,ວຽກກວດກາໂຄງການ, ວຽກສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ,ວຽກກວດກາຜົນການກວດສອບ,ວຽກແກ້ໄຂ່ຄຳຮ້ອງ-ຄຳສະເໜີ)
- ສະເໜີຈຸດປະສົງ ການລົງມາເຮັດວຽກຢູ່ທ້ອງຖິ່ນ.
- ວຽກງານກວດກາ ໂຄງການລົງທຶນຂອງລັດ, ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ,ວຽກງານຕິດຕາມການຊຸກຍູ້ ແລະ ການກວດກາການປັບປຸງແກ້ໄຂຜົນການກວດສອບ ວຽກງານກວດກາພັກ.
- ວຽກງານຄົ້ນຄ້ວາຄຳຮ້ອງ-ຄຳສະເໜີ,ວຽກງານປະສານງານ ແລະ ການສະຫຼຸບວຽກງານກວດກາ, ສະຫຼຸບຜົນການນຳສະເໜີ ກອງປະຊຸມໄດ້ປິດລົງໃນມື້ດຽວກັນ.