- ສະເໜີປັບປຸງແກ້ໄຂ ຫຼື ສ້າງບັນດານະໂຍບາຍ, ແຜນຍຸດທະສາດ, ນິຕິກໍາຕ່າງໆທີ່ຕິດພັນກັນກັບການຄຸ້ມຄອງຊັບພະຍາກອນທໍາ ມະຊາດ ແລະ ສິ່ງແວດລ້ອມ;
- ອອກຂໍ້ຕົກລົງ, ຄຳສັ່ງ, ແຈ້ງການ ແລະ ຄຳແນະນຳດ້ານວິຊາການ ກ່ຽວກັບວຽກງານການຄຸ້ມຄອງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນຂອບເຂດທ້ອງຖິ່ນຂອງຕົນ;
- ຮຽກເຊີນບັນດາຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ ເຂົ້າຮ່ວມປະຊຸມ ແລະ ລາຍງານວຽກງານຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ;
- ຕີລາຄາ ແລະ ປະເມີນຜົນການນໍາໃຊ້ທີ່ດິນ, ອອກ ຫຼື ຖອນເອກະສານຢັ້ງຢືນ ກ່ຽວກັບສິດນໍາໃຊ້ທີ່ດິນ; ຄົ້ນ ຄ້ວານໍາສະເໜີກ່ຽວກັບການແກ້ໄຂບັນຫາທີ່ດິນ, ໃຫ້ການບໍລິການທາງດ້ານວິຊາການ ກ່ຽວກັບວຽກງານທີ່ດິນ ແລະ ເກັບລາຍຮັບຕ່າງໆກ່ຽວກັບທີ່ດິນ;
- ເກັບຄ່າທໍານຽມ, ຄ່າບໍລິການໃນວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຕາມລັດຖະບັນຍັດຂອງປະທານປະເທດກໍານົດໄວ້;
- ສະເໜີລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສັ່ງໂຈະຊົ່ວຄາວ ຫຼື ຖາວອນ ຫຼື ຖອນໃບຢັ້ງຢືນ, ໃບອະນຸ ຍາດດໍາເນີນກິດຈະການຕ່າງໆ ກ່ຽວກັບການບໍລິການ, ນໍາໃຊ້, ສິດໃຊ້, ສິດນໍາໃຊ້, ການໃຫ້ເຊົ່າ ຫຼື ສໍາປະທານຊັບພະຍາກອນທໍາມະ ຊາດ ແລະ ສິ່ງແວດລ້ອມ ທີ່ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການຕ່າງໆທີ່ວາງອອກ;
- ຍ້ອງຍໍ ແລະ ປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ປະກອບສ່ວນໃນການຄຸ້ມຄອງ, ປົກປັກຮັກສາ, ຟື້ນຟູບູລະນະຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ; ກ່າວເຕືອນ ຫຼື ນໍາໃຊ້ມາດຕະການອື່ນໆຕາມກົດ ໝາຍຕໍ່ຜູ້ທີ່ສ້າງຜົນເສຍຫາຍແກ່ຊັບ ພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນຂອບເຂດທ້ອງຖິ່ນຂອງຕົນ;
- ສະເໝີ ຫຼື ຕົກລົງສ້າງຕັ້ງ, ປັບປຸງ ຫຼື ລົບລ້າງບັນດາກົງຈັກການຈັດຕັ້ງ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນບົນພື້ນຖານຄວາມ ເປັນເອກະພາບ ກັບອົງການທີ່ມີສິດອໍານາດຂັ້ນສູນກາງ ແລະ ທ້ອງຖິ່ນ;
- ສະເໜີແຕ່ງຕັ້ງ, ຍົກຍ້າຍ, ປົດຕໍາແໜ່ງ, ເລື່ອນຊັ້ນ, ຍ້ອງຍໍ, ປະຕິບັດວິໄນ ແລະ ປະຕິບັດນະໂຍບາຍອຸດໜູນ ບໍາເນັດ-ບໍານານ, ອຸດໜູນທາດເບື່ອ, ເຄມີ ແລະ ສານພິດຕ່າງໆ, ອຸດໜູນເສຍກຳລັງແຮງງານຕໍ່ພະນັກງານ-ລັດຖະກອນຂັ້ນຕ່າງໆ ທີ່ຢູ່ຄວາມຮັບ ຜິດຊອບຂອງຕົນ;
- ເຂົ້າຮ່ວມກອງປະຊຸມ ທັງພາຍໃນ ແລະ ຕ່າງປະເທດ ທີ່ພົວພັນກັບຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຕາມການ ມອບໝາຍຂອງລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຫຼື ເຈົ້າແຂວງ, ນະຄອນຫຼວງ;
- ສະເໜີສ້າງຕັ້ງຄະນະກໍາມະການສິ່ງແວດລ້ອມແຂວງ, ນະຄອນຫຼວງ, ຄະນະກໍາມະການອື່ນ ທີ່ຕິດພັນກັບການຄຸ້ມຄອງຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ ຕາມຄວາມຈໍາເປັນ;
- ປະຕິບັດສິດອື່ນໆ ຕາມທີ່ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຫຼື ເຈົ້າແຂວງ, ນະຄອນຫຼວງ ໄດ້ມອບໝາຍໃຫ້ສະເພາະ ແລະ ຕາມສິດທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການຕ່າງໆ.